ທ່ອງທ່ຽວ ອຸດົມໄຊບາດນີ້ (ນ້ຳກັດ)
1.
ແຫຼ່ງທ່ອງທ່ຽວນໍ້າຕົກຕາດ (ນໍ້າກັດ)
1.1
ທີ່ຕັ້ງຂອງແຫຼ່ງທ່ອງທ່ຽວ (ຕາດນໍ້າກັດ)
ຕາດນ້ຳກັດຕັ້ງຢູ່ບ້ານແຟນ ພາຍໃນເຂດປ່າສະຫງວນຂອງ (ພູຫີຜີ), ເມືອງໄຊ, ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງໄຊ ປະມານ 15 ກິໂລແມັດ.
1.2
ປະຫວັດຄວາມເປັນມາຂອງແຫຼ່ງທ່ອງທ່ຽວ(ຕາດນໍ້າກັດ)
ຕາດນໍ້າກັດໄດ້ຄົ້ນພົບໃນປີ ຄ.ສ 1999 ແລະ ເປີດໃຫ້ບໍລິການໃນປີ ຄ.ສ 2006, ຈາກການເລົ່າປາກຕໍ່ປາກຕໍ່ໆກັນມາຂອງຊາວບ້ານທີ່ເອີ້ນກັນວ່າ “ຫ້ວຍນ້ຳກັດ’’ ໄດ້ມາຈາກຄຳວ່າ “ສະກັດກັ້ນສັດຕູ” ເຊິ່ງສະໄໝການຕໍ່ສູ້ເສິກເຈືອງໄດ້ມີທະຫານໄປສະກັດຕີສັດຕູຢູ່ເຂດບ້ານແຫ່ງໜຶ່ງມີປະມານ 2-3 ຄອບຄົວອາໃສຢູ່ແຄມຫ້ວຍສາຍໜຶ່ງ
(ບໍ່ຮູ້ຊື່ຫ້ວຍ) ພາຍຫຼັງໄດ້ຮັບໄຊຊະນະໃນການສະກັດກັ້ນຕີຕ້ານສັດຕູແລ້ວ
ປະຊາຊົນຈຶ່ງພາກັນມາຕັ້ງຖິ່ນຖານຢູ່ເຂດດັ່ງກ່າວເຊິ່ງເປັນເຂດທີ່ອຸດົມສົມບູນ ແລະ ເໝາະສົມໃນການຜະລິດເຂົ້າປາອາຫານຈິ່ງໃສ່ຊື່ວ່າ: ບ້ານກັດ ແລະ ໃສ່ຊື່ຫ້ວຍດັ່ງກ່າວວ່າ: ຫ້ວຍນ້ຳກັດ ຈົນເຖິງປັດຈຸບັນ. ອີກຄວາມໝາຍໜຶ່ງເອີ້ນວ່າຫ້ວຍກັດຄຳວ່າ“ກັດ” ແມ່ນພາສາກຶມມຸແປວ່າ “ເຢັນກັດ” ເຊິ່ງເປັນຊົນເຜົ່າໜຶ່ງທີ່ອາໄສຢູ່ເຂດດັ່ງກ່າວມາກ່ອນແລ້ວຫຼາຍພັນປີແລ້ວ,
ເຂົາເຈົ້າໄດ້ໃສ່ຊື່ຫ້ວຍດັ່ງກ່າວວ່າ: ຫຣົງອົມກັດ ເຊິ່ງມີຄວາມໝາຍວ່າ: ຫ້ວຍນ້ຳກັດເມື່ອເວລາລົງອາບນ້ຳຫ້ວຍ ຮູ້ສຶກເຢັນທີ່ສຸດ
ຈິ່ງເອີ້ນວ່ານໍ້າກັດມາຈົນເຖິງປັດຈຸບັນ. ໃຫ້ຂໍ້ມູນໂດຍ: ລຸງແພງອາຍຸ 58 ປີ ຊາວບ້ານກັດ ເມືອງໄຊ ແຂວງອຸດົມໄຊ.
1.3
ຊັບພະຍາກອນການທ່ອງທ່ຽວ (ຕາດນໍ້າກັດ)
ຈຸດເດັ່ນ ຫຼື ສິ່ງດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຢູ່ໃນເຂດປ່າສະຫງວນຂອງ
(ພູຫີຜີ) ແມ່ນປ່າດົງດິບດົກໜາ, ຕົ້ນໄມ້ໃຫຍ່, ມີຊີວະນາໆພັນຊະນິດຕ່າງໆທີ່ອາໄສຢູ່ໃນປ່າສະຫງວນດັ່ງກ່າວ ແລະ ເໝາະສົມສຳລັບການສຶກສາວິໄຈສິ່ງທີ່ມີຊີວິດດ້ານພຶກສາຊາດ
ແລະ ການຕາກອາກາດ, ກິນເຂົ້າປ່າ, ພັກຜ່ອນຢ່ອນອາລົມຕາມໂງ່ນຫີນ ແລະ ສາຍນ້ຳ. ໜ້າຕາດມີອ່າງອາບນ້ຳທຳມະຊາດ
ເຢັນສະບາຍ. ປັດຈຸບັນພວມຢູ່ໃນໄລຍະການພັດທະນາ ແລະ
ກໍ່ສ້າງຂອງບໍລິສັດແຟເຊັດພັດທະນາການທ່ອງທ່ຽວ
ເປັນຜູ້ສຳປະທານພັດທະນາທ່ອງທ່ຽວແບບຄົບວົງຈອນ ປັດຈຸບັນສຳເລັດ 95% ບໍລິສັດໄດ້ເປີດບໍລິການທົດລອງແລ້ວ
ແລະ ປະກອບມີຫຼາຍກິດຈະກໍາເຊັ່ນ:ການຢາງປ່າ, ການຂີ່ສະລິງ, ການຊົມທະເລໝອກໃນລະດູໜາວ,
ການທ່ຽວຊົມວິຖີຊີວິດແບບດັ່ງເດີມຂອງຊົນເຜົ່າກຶມມຸ ແລະ ກິດຈະກຳອື່ນໆອີກແບບຄົບວົງຈອນ.
ສ່ວນຫຼາຍແມ່ນການພັກຜ່ອນຈາກວຽກງານຕ່າງ ລາຍລະອຽດບັນດາທ່ານສາມາດເຂົ້າເຖິງ ແລະ
ສອບຖາມໄດ້ www.namkatyolapa.com
1.4
ການເຂົ້າເຖິງແຫຼ່ງທ່ອງທ່ຽວ (ຕາດນໍ້າກັດ
)
ສະພາບເສັ້ນທາງເຂົ້າເຖິງໄດ້ທັງສອງລະດູ. ໄດ້ຢ່າງສະດວກສະບາຍເພາະເປັນເສັ້ນທາງປູຢາງຈາກເທດສະບານເມືອງໄຊເຖິງບ້ານບໍ່
5 ກິໂລແມັດ, ແຕ່ບ້ານບໍ່ຫາບ້ານແຟນ
ແລະ ເຂົ້າເຖິງຕາດນໍ້າກັດແມ່ນເປັນເສັ້ນທາງທີ່ປູດ້ວຍຫີນແຮ່ 18 ກິໂລແມັດ ແລະ ຢາງປະມານ 900
ແມັດ. ນ້ຳຕົກຕາດນ້ຳກັດເປັນຕາດຊັ້ນດຽວ ມີຄວາມສູງປະມານ 15-20 ແມັດ ແລະ ກວ້າງປະມານ 20-50 ແມັດ.
1.5
ການໃຫ້ບໍລິການພາຍໃນແຫຼ່ງທ່ອງທ່ຽວ
(ຕາດນໍ້າກັດ)
ການໃຫ້ບໍລິການໃນຕາດນໍ້າກັດແມ່ນມີຄວາມຫຼາກຫຼາຍເຊັ່ນ: ເຂົ້າຊົມສະຖານທີ່ທົ່ວລວມປິກນິກຜູ້ລະ60.000
ກິບ, ຂີ່ລົດຖີບຊົມປ່າ, ຍ່າງປ່າ, ໄຕຂົວອູ່, ຊົມນໍ້າຕົກ, ຂີ່ຊ້າງ, ຊົມເຮືອນຕົ້ນໄມ້,
ປີນຜາ ແລະ ຢ່ອນໂຕຈາກໜ້າຜາ, ຍິງປືນ, ຫຼີ້ນສ່ວນນໍ້າ, ຂີ່ສາຍສະລີງ, ຂີ່ລົດ ATV, ທີ່ພັກແບບກາງເຕັ້ນ, ທີີ່ພັກແບບເຮືອນຕົ້ນໄມ້ ແລະ
ທີ່ພັກແບບລີສອດ ມີ 4 ແບບຄື: ຫ້ອງພັກ Pool villa (single/double), ຫ້ອງພັກ
Executive Deluxe (single/double), ຫ້ອງພັກ Superior
(single/double), ຫ້ອງພັກ Extra bed.
ລາຍການທົ່ວແມ່ນມີຫຼາຍລາຍການ, ລາຄາທີ່ແຕກຕ່າງກັນເລີ້ມຕົ້ນທີ່
20,000ກີບ ລາຍການທີ່ພັກລວມມີ: ນອນເຕັ້ນເລີ່ມຕົ້ນທີ່ 15$=120,000ກີບ, ນອນລີສອດເລີ່ມຕົ້ນທີ່ 80$=640,000ກີບ, ນອນເຮືອນຕົ້ນໄມ້ 150$=1,500,000ກີບ ຖ້າບໍ່ຢາກນອນຢູ່ສະຖານທີ່ ສາມາດນອນຢູ່ໃນເມືອງແລ້ວເຂົ້າໄປທ່ຽວໄດ້, ໄລຍະທາງຈາກໃນເມືອງແມ່ນ 15 ກິໂລແມັດ ມີລົດບໍລິການຮັບສົ່ງຈາກສະໜາມບິນ
Comments
Post a Comment