ທ່ອງທ່ຽວ ຕາດຜາສ້ວມ ແຂວງຈຳປາສັກ


2.  ຕາດຜາສ້ວມ(Tad Pha Souam)
v ພາບລວມ ແລະ ລັກສະນະຂອງທີຕັ້ງຂອງຕາດຜ້າສວມ.
      ນໍ້າຕົກຕາດຜ້າສ້ວມຕັ້ງຢູ່ບ້ານໂດນ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເຊິ່ງມີໄລຍະທາງຫ່າງຈາກຕົວເມືອງຈາກຕົວເມືອງປາກເຊໄປທາງທິດເໜືອຕາເວັນອອກສຽງເໜືອ 38 ກິໂລແມັດ.  ເດີນທາງໄປທາງປາກຊ່ອງ ແລ້ວກໍຮອດຫຼັກ 21 ໃຫ້ລ້ຽວຊ້າຍໄປຕາມເສັ້ນທາງເມືອງບາຈຽງ ໄປປະມານ 15 ກິໂລແມັດ. ແລ້ວກໍຈະເຫັນປ້າຍໃຫ່ຍຢູ່ທາງເບືອງຊາຍມືຂຽນວ່ານໍ້າຕົກຕາດຜ້າສ້ວມ ຫຼັງຈາກນັ້ນກໍໃຫ້ຂີເຂົ້າໄປປະມານ 2 ກິໂລແມັດກໍຈະຮອດນໍ້າຕົກຕາດຜ້າສ້ວມ ນໍ້າຕົກຕາດຜ້າສ້ວມ ມີຄວາມສູງປະມານ 6 ແມັດ ແລະ ມີຄວາມກ້ວາງ 7 ແມັດ.
v  ຈຸດເດັ່ນຂອງໄລຍະທາງທີເດີນທາງໄປລົງສຶກສາ ແຕ່ລະສອງຝາກທາງ. 
    ຈຸດເດັ່ນຂອງຕາດຜ້າສ້ວມກໍຄືມີສາຍນໍ້າທີໄຫ້ຜ່ານຕະຫຼອດປີ ແລະ ນໍ້າໄຫແຕ່ໃຕ້ໄປຫາເໜືອເຊິ່ງໄຫຼມາຈາກພູເທວະດາເມືອງປາກຊ່ອງ ນໍ້າຕົກຜ້າສ້ວມມີຮູບຮ່າງຄ້າຍຫ້ອງຫໍຂອງຄູ່ບ່າວສາວທີສວຍງາມຫຼາຍ, ມີຂົວອູ່ຂ້າມທີສວຍງາມ, ຮ້ານຂາຍເຄືອງຊຸດຊົນເຜົ່າ ນອກຈາກນີ້ແລ້ວກໍຍັງມີອຸທິຍານ ແລະ ໜູ່ບ້ານຫຼາຍຊົນເຜົ່າມາຈັດສະແດງໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ເຊິງເປັນຊົນເຜົ່າທີອາໄສຢູ່ໃນພື້ນທີອ້ອມຮອບນໍ້າຕົກຕາດເຊັ່ນ: ເຮືອນຂອງຊາວກະຕ້າງ, ເຮືອນຂອງຊາວເຜົ່າອາລັກ, ເຮືອນຊາວເຜົ່າກະລ່ຽງ, ເຮືອນເຜົ່າຍະເຫີນ, ເຮືອນຂອງຊາວເຜົ່າກະຕູ້, ເຮືອນຂອງຊາວເຜົ່າລະແວ  ທີໃຊ້ເປັນສະຖານທີປະກອບພິທິກໍາ ພາຍໃນງານຈັດສະແດງຜະລິດຕະພັນຂອງຊາວເຜົ່າ ໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມເປັນຈໍາຫຼວງຫຼາຍ ແລະ ຫໍສູງຂອງລະແວທີໃຊ້ເປັນທີສັງເກດການພາຍໃນໜູ່ບ້ານ ແລະ ໜ້າສົນໃຈທີສຸດຄືບ້ານພັກຂອງອຸທິຍານທີຕົບແຕ່ງຢ່າງສວຍງາມ. ພິເສດທ່ານຈະສາມເຫັນເຖິງຂົວຂ້ານນ້ຳຈຳປີທີປະຊາຊົນໃນເຂດນັ້ນໄດ້ເຮັດເປັນບ່ອນຫຼິ້ນນຳ, ພັກເຊົາ ແລະ ກິນດື່ມໃນເວລາຫວ່າງ ຫຼື ວັນພັກຕາມເທດສະການຕ່າງໆ
v  ຄວາມປ່ງນແປງຈາກອາດີດ
    ປ່ຽນຈາກອາດິດຫຼາຍຢ່າງເພາະວ່າແຕ່ກ່ອນຍັງບ່ທັນມີການບົວລະບັດພັດທະນາເທືອບໍລິເວນນໍ້າຕົກຜ້າສ້ວມນີ້ເປັນພຽງປ່າທໍາມະດາເຕັ້ມໄປດ້ວຍຂີ້ເຫຍືອທັບຖົມກັນຢູ່ ແລະ ແທບຈະບໍມີສີງທີມີຊີດອາໄສຢູ່ ທາງເຂົ້າກໍເປັນພຽງທາງນ້ອງໆບ່ມີຄົນອາໄສຢູ່ໃນສະຖານທີແຫ່ງນີ້. ແຕ່ວ່າຕອນນີ້ມີການບົວລະບັດຮັກສາໃຫ້ມີຄວາມສວຍງາມເປັນທີດືງດູດໃຈນັກທ່ອງທ່ຽວຢາກເຂົ້າທ່ຽວຊົມໃນສະຖານທີແຫ່ງນີ້ຫຼາຍຂື້ນ ແລະ ເສັ້ນທາງການເຂົ້າເຖິງກໍ່ມີຄວາມສະດວກສະບາຍ.
v  ລັກສະນະເດັ່ນຂອງແຫ່ງທ່ອງທ່ຽວ.
ນໍ້າຕົກຕາດຜ້າສ້ວມເປັນຕາດທີມີຄວາມສວຍງາມ ມີຄວາມແຕກຕ່າງຈາກນໍ້າຕົກບ່ອນອື່ນ ແລະ ມີນັກທ່ອງທ່ຽວຫຼາຍຄົນປະທັບໃຈຫຼາຍໃນຕາດຜ້າສ້ວມແຫຼ່ງນີ້, ພິເສດໄປກ່ອນນີ້ກໍ່ຄື ມີອາຍນໍ້າຕົກລົງມາໃນບໍລິເວນຂອງຫີ້ນ ທີມີລັກສະນະເປັນຮູບສີ່ຫຼ່ຽມ ແລະ ມີຄວາມອຸດົມສົມບູນໄປດ້ວຍຕົ້ນໄມ້ນ້ອຍ ໄມ້ໃຫ່ຍທີແຈກຢາຍກັນຢູ່ໃນທົວທຸກເຂດແຫຼ່ງນັ້ນມີຄວາມສວຍງາມ, ມີຂົວອູໄວ້ຢ່າງໄປຫານໍ້າຕົກ, ມີສຽງຮອງຂອງສັດສາວາສິງຕ່າງໆ ພ້ອມທັງມີພະລານຫີ້ນນ້ອຍໃຫ່ຍທີສະຫຼັບຊັບຊ້ອນກັນຢູ່ຢ່າງສວຍງາມ ແລະ ສິງທີໜ້າສົນໃຈໄປກວ່ານັ້ນກໍມີ ໜູ່ບ້ານຊົນເຜົ່າ, ມີຮ້ານຂາຍເຄືອງຂອງຊຸດຊົນເຜົ່າ, ມີຮ້ານອາຫານ, ມີເຮືອນນ້ອຍໃນປ່າຕັ້ງຢູ່ກະແຈກກະຈ່າຍ ແລະ ມີຂົວອູຢ່າງໄປເຮືອນຊົນເຜົ່າ ນອກຈາກນີ້ແລ້ວກໍ່ຍັງມີທາງຢ່າງທີເຮັດດ້ວຍຂຽງໄມ

v  ຄວາມເປັນມາຂອງແຫ່ງທ່ອງທ່ຽວ.
    ນໍ້າຕົກຕາດຜ້າສ້ວມ ເປັນນໍ້າຕົກຕາດທີມີນໍ້າໄຫຼຕະຫຼອດປີ ແລະ ກໍາລັງແຮງຂອງນໍ້າທີໄຫຼຕົກລົງມານັ້ນ ຈະມີກໍາລັງແຮງ ເຮັດໃຫ້ເກີດສຽງດັງຢ່າງຊັດເຈນ ສ້າງບັນຍາກາດຂອງການໄປທ່ອງທ່ຽວ ນໍ້າຕົກໄດ້ຢ່່າງດີ ນໍ້າຕົກຕາດແຫ່ງນີ້ມີຄວາມສໍາພັນກ່ຽວຂ້ອງກັບຕໍານານທີ່ເກົ່າແກ່ແລ້ວ ພ້ອມທັງມີຊື່ສຽງໂດ່ງດັງ ແລະ ຂື້ນຊື່ລືນາມໃນວັນນະຄະດີຂອງລາວ ຕໍານານພື້ນເມືອງໄດ້ກ່າວກັນວ່າ ພໍ່ຂອງທ້າວບາຈຽງເຄີຍໄດ້ຊ່ວຍຊີວິດຂອງພໍ່ນາງມະໂລງ ບໍ່ໃຫ້ເສືອກິນຢູ່ໃນປ່າ, ພໍ່ຂອງນາງມະໂລງໄດ້ໃຫ້ສັນຍາວ່າຈະໃຫ້ລູກສາວຂອງຕົນແຕ່ງງານກັບທ້າວບາຈຽງ ແລະ ຄໍາວ່າສ້ວມນັ້ນແມ່ນໝາຍເຖິງຫ້ອງຮັກ ແລະ ຫ້ອງຫໍ ໃນນັ້ນທ້າວບາຈຽງໄດ້ໝາຍເອາເອົານໍ້າຕົກຕາດຜ້າສ້ວມນັ້ນສ້າງຂື້ນມາເພື່ອລໍຖ້າຮັບນາງມະໂລງທີເປັນຄູ່ໜັ້ນຂອງຕົນແຕ່ຕອນຍັງນ້ອຍ ແລະ ເມືອທ້າວບາຈຽງແຫ່ຂັນມາກມາສູ່ຂໍນາງມະໂລງ ຈືງເຮັດໃຫ້ນາງມະໂລງໄດ້ໂຕນໜີໄປກັບທ້າວຈໍາປາ ເຊິ່ງທ້າວຈໍາປາເປັນຄົນຮັກຂອງນາງມະໂລງ ແລ້ວກໍ່ເຮັດໃຫ້ທ້າວບາຈຽງຖອກເຫຼົ້າຢາປາແປ້ງຈົນກາຍເປັນພູສະເຫຼົ້າຢູ່ທີເມືອງໂພນທອງໃນປັດຈຸບັນ ແລະ ນັບແຕ່ນັ້ນມາຈື່ງໄດ້ເອີ້ນສະຖານທີນໍ້າຕົກຕາດແຫ່ງນີ້ວ່າ ນໍ້າຕົກຕາດຜ້າສ້ວມ.
    ຄໍາວ່າຜ້າສວມ’’ ຂອງລາວ ໝາຍເຖິງຫ້ອງນອນຂອງເຈົ້າບ່າວ-ເຈົ້າສາວ ຫຼື ຫ້ອງຫໍ ເຊິງແຕກຕ່າງກັບຄໍາວ່າ ສ້ວມ’’ ຂອງໄທເຊິງໝາຍເຖິງຫ້ອງນໍ້າ ຫຼື ຫ້ອງສຸຂາ ແລະ ຄໍາວ່າ ຕາດ’’ ໝາຍເຖິງລານຫຼີນທີເປັນຊັ້ນໆ ນັບໄດ້ວ່າເປັນນໍ້າຕົກທີສວຍງາມຫຼາຍ ແລະ ມີບັນຍາກາດປອດໂປ້ງ.
    ແຕ່ກ່ອນນໍ້າຕົກຕາດແຫຼ່ງນີ້ຍັງບໍທັນມີການປັບປຸງເປັນລະບຽບເທືອ ແລະ ມາຮອດປີ 1996 ໄດ້ມີທ່ານ ວິມົນ ກິດວິມົນ ໄດ້ເຂົ້າມາສໍງປະທານພັດທະນາແຫຼ່ງທ່ອງທ່ຽວຕາດຜ້າສ້ວມ ແລະ ໄດ້ໃຊເວລາໃນການອອກແບບກວ່າ 2 ປີໃນການສ້າງ ແລະ ໄດ້ຮັບອະນຸຍາດໃນການກໍ່ເລີ່ມສ້າງໃນປີ 1999 ໂດຍການໃຊ້ແຮງງານທ້ອງຖິ່ນ ແລະ ມີເນື້ອທີທັງໜົດ 207 ເຮັກຕາ ໄດ້ເປິດນໍາໃຊ້ຢ່າງເປັນທາງການໃນປີ 2009 ເພື່ອຮອງຮັບເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມສະຖານທີແຫ່ງນີ້
v  ຄວາມໝາຍຄວາມສຳຄັນ
ນ້ຳຕົກຕາດຜາສ້ວມເປັນຜາຫີນທີ່ຕັ້ງລຽນກັນເປັນລະບຽບ ແລະ ໃນບໍລິເວນເຂດນ້ຳຕົກເພິ່ນເອີ້ນກັນວ່າ ປະຕູສ້ວມ ຄຳວ່າສ້ວມໃນຄຳສັບລາວເດີມແມ່ນໝາຍເຖິງ ຫ້ອງນອນ ທີ່ກັ້ນຫ້ອງໄວໂດຍສະເພາະສຳລັບລູກສາວ-ລູກຊາຍ ພາຍໃນຄອບຄົວຂອງຕົນເອງ ເພາະຜາທີ່ນ້ຳຕົກລົງນັ້ນມີລັກສະນະຄ້າຍຄືກັບປະຕູສ້ວມ ສະນັ້ນປາຊາຊົນໃນສະໄໝກ່ອນຈຶ່ງພາກັນເອີ້ນນ້ຳຕົກຕາດນີ້ວ່າ ນ້ຳຕົກຕາດຜາສ້ວມແມ່ນມີຄວາມກ່ຽວຂ້ອງກັັບທ້າບບາຈຽງເພາະຕາດຜາສ້ວມແຫ່ງນີ້ຕັ້ງຢູ່ເມືອງ ບາຈຽງ ຈະເລືອນສຸກ ແລະ ເຮົາສາມາດເຫັນເຖິງເຮືອເສົາດຽວຂອງຊົນເຜົ່າລະແວທີ່ສ້າງໄວ້ໃຫ້ເຫັນເຖິງລັກສະນະຂອງການລົມກັນລະຫວ່າງບ່າວສາວໃນສະໄໝກ່ອນ ແລະ ຍັງບົງບອກເຖິງຄວາມຮັກທີ່ບໍລິສຸດຂອງທ້າວບາຈຽງ ແລະ ນາງມະໂລງ ທີ່ບໍ່ໄດ້ກັນໃນທີ່ສຸດເຊິ່ງສິ່ງເຫຼົ່ານັ້ນເປັນເລື່ອງເສົ້າທີ່ເຮັດໃຫ້ຕາດຜາສ້ວມແຫ່ງນີ້ໄດ້ມີເຮືອນທີ່ບົງບອກວ່າ ຄວາມຮັກທີ່ແທ້ຈິງບໍ່ໄດ້ເບິ່ງກັນທີ່ຖະນະ ຫຼື ຊົນຊັ້ນ ຕ້ອງເບິ່ງດ້ວຍຄວາມເຂົ້າໃຈ ແລະ ຮັກກັນ ສະນັ້ນເຮືອນຫຼັງນີ້ແມ່ນໃຫ້ຄູ່ຮັກທີ່ມາທ່ຽວຊົນໄດ້ເຂົ້າຊົມ ແລະ ໃຫ້ມີຄວາມຮັກກັນດ້ວຍໃຈ, ຮັກກັນໄປຕະຫຼອດຊີວິດຂອງຄູ່ບ່າວສາວ ເພາະຄວາມສັກສິດ ແລະ ຄວາມຮັກຂອງບາງຈຽງ ແລະ ນາງມະໂລງທີ່ຍັງຄົງຮັກສາໄວ້ ແລະ ສົ່ງຜົນໃຫ້ຄົນທີ່ມາຂໍຄວາມຮັກຢູ່ທີ່ນີ້ໄດ້ຮັກຄວາມຮັກທີ່ບໍລິສຸດ ແລະ ຮັກແທ້ (ຈາກການບອກເລົ່າຂອງປະຊາຊົນ) ເຊິ່ງສອດຄອງກັບນ້ຳຕົກຕາດທີ່ເປັນຄ້າຍຄືກັບ ສ້ວມ ແລະ ເຮືອນເສົາດຽວຂອງຊົນເຜົ່່າລະແວ.

ເຮືອນເສົາດຽວຂອງຊົນເຜົ່າລະແວ

v  ຄວາມຜູກພັນເພິ່ງພາອາໃສກັນລະຫວ່າງຊາວບ້ານ, ນັກທ່ອງທ່ຽວ ກັບ ນັກທ່ອງທ່ຽວ
ຄວາມຜູ້ພັນເພິ່ງພາອາໃສກັນລະຫວ່າງຊາວໃນເຂດຜາສ້ວນ (ບ້ານໜອງກອກ, ຄຸ້ມບ້ານໂດນ) ກັບນັກທ່ອງທ່ຽວ ແລະ ຕໍ່ກັບແຫຼ່ງທ່ອງທ່ຽວແຫ່ງນີ້ປະຊາຊົນໄດ້ມີສ່ວນຮ່ວມຢ່າງ100% ເພາະວ່າຜູ້ລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງແມ່ນໄດ້ໃຫ້ປະຊາຊົນມາສ້າງເຮືອນຊົນເຜົ່າຫຼາຍຊົນເຜົ່າເພື່ອຈະເຮັດໃຫ້ປະຊາ ຊົນແຕ່ລະຊົນເຜົ່າມາຢູ່ຮ່ວມກັນຢູ່ມີຄວາມສຸກ ແລະ ເປັນຈຸດຂາຍຕໍ່ກັບນັກທ່ອງທ່ຽວທີ່ມາທ່ຽວນ້ຳຕົກຕາດຜາສ້ວມແລ້ວຍັງໄດ້ເຫັນເຖິງວິຖີວິດຂອງປະຊາຊົນບັນດາຊົນເຜົ່ານັ້ນ ແລະ ຍັງເປັນສ່ວນໜຶ່ງໃນການຮັກສາວັດທະນາທຳຂອງຊົນເຜົ່າໄວ້ໃຫ້ຄົນຮຸ່ນຫຼັງໄດ້ເຫັນອີກ ແລະ ການຊ່ວຍເຮັດໃຫ້ຜູ້ທີ່ມີຄວາມສາມາດໃນດ້ານການຄ້າມາຂາຍເຄື່ອງເສື້ອຜ້າ, ສິ້ນເຄື່ອງຫັດຖະກຳຈາກລາວເຮົາໃຫ້ແກ່ນັກທ່ອງທ່ຽວ ພ້ອມທັງໃຫ້ປະຊາຊົນທີ່ບໍ່ມີຄວາມຮູ້ໄດ້ເຂົ້າມາຂາຍເຄື່ອງທີ່ເຮັດຈາກສີມືຂອງປະຊາຊົນເອງເຊັ່ນ: ໝາກງາຂົ້ວ, ໄຊ, ຕີບເຂົ້າ, ໝາກຖົ່ວຂົ້ວ(ຂາຍໂດຍລູກຫຼາຍ ແລະ ປະຊາຊົນໃນເຂດພື້ນທີ່ນີ້)ຕາມແຄມທາງລົງໄປຫາຕາດຜາສ້ວມ. ນັກທ່ອງທ່ຽວທຸກທ່ານສາມາດລອງໃຊ້ເຄື່ອງຂອງແຕ່ລະຊົນເຜົ່າໄດ້ລວມທັງສາມາດຖ່າຍຮູບ, ເຂົ້າຊົມເຮືອນຂອງຊົນ ເຜົ່າຕ່າງໆ, ສາມາດຮຽນຮູ້ເຖິງວິຖີຊີວິດ ແລະ ພາສາຂອງຊົນເຜົ່າໄດ້, ພິເສດທຸກທ່ານທີ່ຖ່າຍຮູບແລ້ວແຊລົງສື່ສັງຄົມອອນລາຍນັ້ນແມ່ນເປັນການຊ່ວຍໃຫ້ຄົນອື່ນໄດ້ເຫັນເຖິງຄວາມງົດງາມຂອງບ້ານເຮົາເຮັດໃຫ້ຜູ້ທີ່ບໍ່ທັນເຫັນ ຫຼື ຜູ້ທີ່ມັກຮັກໃນການທ່ອງທ່ຽວຢາກຈະໄປທ່ຽວອີກ. ໃນນີ້ນັກລົງທຶນເອງເປັນຜູ້ທີ່ມີຄວາມຄິດໃນການຊ່ວຍສົ່ງເສີມ, ອະນຸກຮັກສິ່ງແວດລ້ອມ ແລະ ວັດທະນາທຳພ້ອມກັບໄດ້ຮັບຜົນກຳໄລຈາກທຸລະກິດຂອງຕົນເອງນຳອີກ(ໂດຍບໍ່ຫວັງພຽງແຕ່ຜົນກຳໄລພຽງແຕ່ຢ່າງດຽວ).
v  ຮັກສາສິ່ງແວດລ້ອມ ແລະ ທຳມະຊາດ
ການຊ່ວຍຮັກສາສິ່ງແວດລ້ອມແມ່ນໄດ້ມີການສົ່ງເສີມ ແລະ ຊ່ວຍໃນການຮັກສາສິ່ງແວດລ້ອມເປັນຢ່າງດີເລີຍເພາະການຈັກຕັ້ງສ້າງສິ່ງອຳນວຍຄວາມສະດວກໃນດ້ານຕ່່າງໆແມ່ນເອົາໄມ້, ວັດສະດຸຈາກທຳ ມະຊາດມາປະຍຸກໃຫ້ເປັນສິ່ງທີ່ສາມາດນຳໃຊ້ເປັນປະໂຫຍດໄດ້ເຊັ່ນ: ຜາຫ້ອງນ້ຳທີ່ເຮັດດ້ວຍໄມ້, ເຮືອນຊົນເຜົ່າແຕ່ລະຫຼັງ, ຮ້ານອາຫານ, ຮ້ານຂາຍເຄື່ອງ, ຂົວອູ່ຂ້າມຫ້ວຍທີ່ເຮັດດ້ວຍໄມ້ໄຜ່ ແລະ ການດູດເອົານ້ຳຈາກນ້ຳຕົກຕາດໝາກແງວມານຳໃຊ້ໃຫ້ເກີດປະໂຫຍດແກ່ປະຊາຊົນ ເຊິ່ງສິ່ງເຫຼົ່ານີ້ແມ່ນໄດ້ມາຈາກທຳມະຊາດເຊິ່ງສາມາດເຮັດໃຫ້ນັກທ່ອງທ່ຽວທີ່ມາທ່ຽວຊົມໄດ້ຮູ້ເຖິງຄຸນປະໂຫຍດຂອງໄມ້ ແລະ ທຳມະຊາດທີ່ອຸດົມສົມບູນແບບນີ້ ພ້ອມທັງຮັກສາສາຍນ້ຳຫ້ວຍຈຳປີແຫ່ງນີ້ໃຫ້ມີຄວາມສະອາດ ແລະ ສວຍງາມຄຽງຄູ່ກັບທຳມະຊາດ ແລະ ປະຊາຊົນຊົນເຜົ່າທີ່ອາໃສຢູ່ໃນຂົງເຂດນີ້ເພື່ອເປັນສ່ວນໜຶ່ງໃນການຊ່ວຍເຮັດໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວໄດ້ຮັບຮູ້ເຖິງທຳມະຊາດທີ່ສວຍງາມ ແລະ ຍັງນຳໄປເປັນບົດຮຽນ, ປະສົບການໃນການເຫັນແບບຢ່າງ ແລະ ນຳໄປປະຕິບັດໃນເມືອມີໂອກາດແນ່ນອນ.
ຂົວຂ້າມນ້ຳທີ່ເຮັດດ້ວຍໄມ້ໄຜ່                      ຜາຫ້ອງນ້ຳທີ່ເຮັດດ້ວຍໄມ້




v  ສິ່ງອຳນວຍຄວາມສະດອກ
ການເຂົ້າເຖິງແມ່ນມີຄວາມສະດວກສະບາຍຫຼາຍເພາະເປັນທາງປູຢາງຈາກທາງໃຫຍ່ເຂົ້າໄປຈົນເຖິງນ້ຳຕົກຕາດເລີຍສ່ວນສິ່ງອຳນວຍຄວາມສະດວກພາຍໃນບໍລິເວນນ້ຳຕົກຕາດຜາສ້ວມນີ້ລວມມີ ຮ້ານຂາຍເສື້ອຜ້າ, ສິ້ນ ແລະ ເຄື່ອງຫັດຖະກຳຈາກສີມືຄົນລາວເອງ, ຮ້ານຂາຍເຄື່ອງຂອງປະຊາຊົນໃນເຂດນັ້ນເຊັ່ນ: ໝາກງາຂົ້ວ, ໄຊ, ຕີບເຂົ້າ, ໝາກຖົ່ວຂົ້ວ(ຂາຍໂດຍລູກຫຼາຍ ແລະ ປະຊາຊົນໃນເຂດພື້ນທີ່ນີ້)ຕາມແຄມທາງລົງໄປຫາຕາດຜາສ້ວມ, ມີການບໍລິການຫ້ອງນ້ຳແບບທຳມະຊາດ (ເຊິ່ງຜາຂອງຫ້ອງນໍ້າແມ່ນເຮັດດ້ວຍໄມ້ທັງໝົດ), ການໃຫ້ບໍລິການເຮືອນພັກແຄມຫ້ວຍ, ຮ້ານອາຫານຢູ່ແຄມຕາດເລີຍ, ມີການໃຫ້ບໍລິການນັກທ່ອງທ່ຽວເຂົ້າຊົມ, ຖ່າຍຮູບນຳເຮືອນຊົນເຜົ່າ, ປະຊາຊົນທີ່ມາຈາກຊົນເຜົ່າຕ່າງໆລວມມີ: ເຜົ່າກະລ່ຽງ, ເຜົ່າກະຕູ, ເຜົ່າອາລັກ, ເຜົ່າລະແວ, ເຜົ່າຍະເຫີນ, ເຜົ່າແງະ. ເພື່ອຈະໃຫ້ນັກທ່ອງທ່ຽວທຸກສາມາດເຂົ້າຊົມ, ຖ່າຍຮູບ ແລະ ຮຽນຮູ້ເຖິງວິຖີຊີວິດຂອງປະຊາຊົນແຕ່ຊົນເຜົ່າໃນບ້ານນີ້. ພິເສດນັກທ່ອງທ່ຽວທຸກທ່ານຈະເຫັນເຮືອນເສົາດຽວຂອງຊົນເຜົ່າລະແວທີ່ສ້າງຂຶ້ນມາເພື່ອໃຫ້ບ່າວສາວມາຫາຄູ່ກັນຢູ່ທີ່ເຮືອນຫຼັງນີ້ ແລະ ຮູ້ເຖິງຄວາມກ່ຽວພັນກັບເລືອງລາວຂອງທ້າວບາຈຽງ ແລະ ນາງມະໂລງນຳອີກເຊິ່ງທຸກທ່ານສາມາດສຶກສາໄດ້ຈາກປະຊາຊົນໃນບ້ານແຫ່ງນີ້ໄດ້.

v  ການແນະນຳກິດຈະກຳເພື່ອບໍ່ໃຫ້ເກີດຄວາມຜິດພາດຈາກທີ່ບໍ່ຮູ້ເທົ່າເຖິງການ
ກິດຈະກຳທີ່ປະຊາຊົນໄດ້ຈັດຂຶ້ນນັ້ນແມ່ນໃຫ້ລູກຫຼານຂອງປະຊາຊົນພາຍໃນບ້ານຟ້ອມຢູ່ຕໍ່ໜ້າສາລາກາງບ້ານເພື່ອຈະເຮັດໃຫ້ນັກທ່ອງທ່ຽວໄດ້ເຫັນຄວາມໜ້າຮັກ ແລະ ຄວາມມັກຮັກໃນວັດທະນາທຳຂອງລາວໂດຍສະເພາະກໍແມ່ນວັດທະນາທຳຂອງຊົນເຜົ່າເອງ. ການທີ່ຈະຖ່າຍຮູບກັບປະຊາຊົນທຸກຊົນເຜົ່າທີ່ຢູ່ບ້ານໃນບ້ານນັ້ນແມ່ນ ນັກທ່ອງທ່ຽວຄວນໃຫ້ເງິນເຂົາເຈົ້າແດ່ເພື່ອເປັນການຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈເຂົາເຈົ້າທີ່ແຕ່ລະມື້ແມ່ນມານັ່ງຖ້າຮັບແຂກ ແລະ ກຽມສິ່ງຂອງເພື່ອໃຫ້ທຸນທ່ານໄດ້ເຫັນນັ້ນເພາະວ່າທາງພາກສ່ວນທີ່ກ່ຽວຂ້ອງແມ່ນໄດ້ໃຫ້ເງິນເດືອນຂອງແຕ່ລະຄອບຄົນແມ່ນພຽງແຕ່ 200.000ກີບຕໍ່ເດືອນ ເທົ່ານັ້ນ ແລະ ເພື່ອເປັນການບໍ່ຂັດກັບຄວາມຜິດພາດຂອງຊົນເຜົ່ານັ້ນນັກທ່ອງທ່ຽວທຸກທ່ານຄວນຖາມຊາວບ້ານກ່ອນວ່າທ່າານຈະເຮັດສິ່ງນີ້ໄດ້ ຫຼື ບໍ່ເພາະທຸກໆເຊົາເຜົ່າແມ່ນມີລະບຽບການ, ສິ່ງທີ່ຄະລຳໝົດ ເພື່ອຄວາມບໍ່ຢາກໃຫ້ທຸກທ່ານເສຍເວລາໃນການແກ້ໄຂບັນຫາທີ່ຈະເກີດຂຶ້ນພາຍຫຼັງ.
v  ຄວາມເຊື່ອຂອງເທດສະການ ແລະ ງານປະເພນີ
ຕາມຄວາມເຊື່ອງຂອງປະຊາຊົນໃນເຂດເມືອງບາຈຽງຈະເລີນສຸກ ແລະ ປະຊາຊົນລາວແມ່ນເຊື່ອກັນວ່ານ້ຳຕົກຕາດຜາສ້ວມນີ້ແມ່ນມີຄວາມຄ້າຍຄືກັບສ້ວມ ຫຼື ຫ້ອງນອນ ແລະ ຍັງມີເຮືອນເສົາດຽວຂອງຊົນເຜົ່າລະແວ ມາຕັ້ງໄວ້ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວໄດ້ຮູ້ວ່າເຮືອນຫຼັງນີ້ແມ່ນສ້າງໄວ້ໃຫ້ບ່າວ-ສາວ ມາລົມກັນຢູ່ທີ່ນີ້ຖ້າຫາກຖືກໃຈ ລົມກັນເຂົ້າກັນໄດ້ກໍຈະໃຫ້ພໍແມ່ມາຂໍໃນມື້ຕໍ່ມາເລີຍ ແຕ່ຖ້າບໍ່ມັກກໍຈະໄປຫາເຮືອນໃໝ່ເລີຍເຊິ່ງມີຄວາມຄ້າຍຄືກັບຄວາມຮັກກັນລະຫວ່າງ ທ້າບາຈຽງ ແລະ ນາງມະໂລງ ທີ່ເປັນຕຳນານຄວາມຮັກທີ່ໂສກເສົ້າ ແລະ ເປັນຄວາມຮັກອຳມະຕະ, ສະນັ້ນປະຊາຊົນເຊື່ອກັນວ່າຖ້າຫາກໃຜມີຄົນຮັກແລ້ວຖ້າມາຂໍລາບຂໍພອນໃຫ້ຄວາມຮັກຕົນເອງປະສົບກັບຄວາມສຸກຢູ່ທີ່ເຮືອນເສົາດຽວແຫ່ງນີ້ເຊິ່ງເປັນຕົວແທນຂອງຄວາມຮັກຂອງ ທ້າວບາຈຽງ ແລະ ນາງມະໂລງ ກໍຈະເຮັດໃຫ້ຕົນເອງ ແລະ ຄົນຮັກມີຄວາມສຸກສົມຫວັງຕາມຄວາມປາຖະໜາ.

Comments

Popular posts from this blog

ນ້ຳຕົກຕາດ ຕາດຟານ ແຂວງຈຳປາສັກ

ທ່ອງທ່ຽວ ອຸດົມໄຊບາດນີ້ (ນ້ຳກັດ)