ເຊິນທ່ອງທ່ຽວອຸດົມໄຊ ມ່ວນຊື່ນສົມຄຳວ່າອຸດົມສົມບູນ ຖ້າໃຜໄດ້ໄປຮອດເມືອງ ໄຊ ບໍ່ຄວນພາດ



 ແຫຼ່ງທ່ອງທ່ຽວ ໄຊມຸງຄຸນ ຣັດຕະນະມິ່ງເມືອງ(ພູທາດ)




  
I.    ແຫຼ່ງທ່ອງທ່ຽວທາງປະຫວັດສາດ
1.    ແຫຼ່ງທ່ອງທ່ຽວ (ໄຊມຸງຄຸນ ຣັດຕະນະມິ່ງເມືອງ)
1.1         ທີ່ຕັ້ງຂອງແຫຼ່ງທ່ອງທ່ຽວ ພະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ (ພູທາດ)
     ພຣະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ ຕັ້ງຢູ່ໃຈກາງເທດສະບານແຂວງຫ່າງຈາກຄິວລົດສາຍເໜືອປະມານ 500 ແມັດ, ຫ່າງຈາກຄິວລົດສາຍໃຕ້ປະມານ 6 ກິໂລແມັດ, ຕັ້ງຢູ່ບ້ານ ນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ.
1.2         ປະຫວັດຄວາມເປັນມາຂອງແຫຼ່ງທ່ອງທ່ຽວ ພະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ (ພູທາດ)
    ໄຊມຸຸງຄຸນລັດຕະນະມິ່ງເມືອງ (ພູດທາດ) ຕັ້ງຢູ່ໃຈກາງເທດສະບານເມືອງໄຊ ມີພູນ້ອຍ 3 ລູກຕັ້ງລຽນກັນມີຄວາມສູງປະມານ 300 ຫາ 500 ແມັດຈາກໜ້ານໍ້າທະເລ ໜ່ວຍທີ່​ 1 ຄືວັດພູໄຊສີ (ວັດສັນຕິພາບ ບ້ານເຈງ) ຕໍ່ໜ້າພູຄ້າຍ CB ຫຼື ພູໄຊໃນປັດຈຸບັນເອີ້ນວ່າ ພູທາດນ້ອຍ, ໜ່ວຍທີ່ 2 ພູມາດໃຫຍ່ ຫຼື ພູທາດໃນປັດຈຸບັນ ແລະ ໜ່ວຍທີ່ 3 ພູວັດງ້ຽວ ເຊິ່ງແມ່ນພູທີ່ຕັ້ງຂອງຫ້ອງການສະພາກາແດງໃນປັດຈຸບັນ.
     ປະມານ 400 ຫາ 500 ປີກ່ອນໜ້ານີ້ ໄດ້ມີພຣະຖຸດົງອົງໜຶ່ງມາຈາກພາກໃຕ້ຂອງປະເທດພະມ້າ ເປັນພຣະຊົນເຜົ່າງ້ຽວ ໄດ້ມາສ້າງວັດຢູ່ເທິງພູກາແດງໃນປັດຈຸບັນຊາວບ້ານເອີ້ນວ່າ ວັດງ້ຽວ. ພຣະງ້ຽວໄດ້ກ່າວໄດ້ມາຈຳສິນພະວະນາຢູ່ຕາມພູຕ່າງໆທີ່ກ່າວມາ ເຫັນວ່າຄວນສ້າງວັດ, ສ້າງທາດໄວ້ສັກກະລະບູຊາ ຈຶ່ງໄດ້ນຳພາອອກຕົນຍາດໂຍນຊາວເມືອງໄຊສ້າງທາດ ໄວ້ສັກກະລະບູຊາ 3 ລູກເປັນຕົວແທນໃຫ້ແກ່ພຣະຣັດຕະນະໄຕຣຄື: ພຣະພຸດ, ພຣະທຳ, ພຣະສົງ.
ລູກທີ 1 ໄດ້ສ້າງຢູ່ວັດນາທາດດອນເມືອງ (ວັດນາເລົາ) ໃນປັດຈຸບັນ.
    ລູກທີ 2 ໄດ້ສ້າງໄວ້ພູທີ່ຕໍ່ຈາກພູວັດໄຊສີບ້ານເຈງ ເອີ້ນວ່າ: ພູທາດນ້ອຍ, ທາດດັ່ງກ່າວຖືກຈັກກະພັດຝຣັງໄດ້ທຳລາຍຖິ້ມແລ້ວສ້າງໂປດສ້າງຄ້າຍທີ່ເອີ້ນຄ້າຍນັ້ນວ່າ: CB ເຊິ່ງປັດຈຸບັນໃສ່ຊື່ວ່າ ພູໄຊທີ່ຕັ້ງຫໍພິພິຕະພັນໃນປັດຈຸບັນ.
   ລູກທີ 3 ສ້າງຢູ່ເທິງພູໃຫຍ່ໃຈກາງເມືອງ ເອີ້ນວ່າພູທາດໃຫຍ່ ເພາະເປັນທາດທີ່ໃຫຍ່ກວ່າໜູ່ ຊາວເມືອງໄຊ ເອີ້ນສັ້ນໆວ່າ: ພູທາດ ຄື ທາດໄຊມຸງຄຸນຣັດຕະນະມິ່ງເມືອງໃນປັດຈຸບັນ.
     ທາດທີ່ຢູ່ເທິງພູທາດໃຫຍ່ແຫ່ງນີ້ ແມ່ນທາດທີ່ໃຫຍ່ກ່ອນອິງຕາມການບອກເລົ່າຂອງເຖົ້າແກ່ບ້ານຖິ່ນ, ບ້ານເຈງ ຜູ້ທີ່ເຄີຍເຫັນ ແລະ ພໍຈື່ໄດ້ຄື: ພໍ່ເຖົ້າ ໜານມູນ, ພໍ່ເຖົ້າ ໜໍ່ ບ້ານຖິ່ນ, ພໍ່ເຖົ້າໄມ່ຍອດ ບ້ານເຈງ ແລະ ຜູ້ອື່ນໆ ບອກວ່າ: ທາດມີຄວາມກວ້າງປະມານ 3 ຫາ 4 ວາ ແລະ ສູງປະມານ 5 ຫາ 6 ວາ, ທາດດັ່ງກ່າວກໍ່ດ້ວຍດິນຈີ່ຂະໜາດໃຫຍ່ໃຊ້ປະທາຍເພັດ (ຄ້າຍຄືຊີມັງໃນປັດຈຸບັນ ມີສ່ວນປະສົມຄືຂີ້ຊາຍ, ປູນຂາວ, ນ້ຳອ້ອຍ, ນ້ຳຢາງໄດ້ຈາກໜັງສັດຕົ້ມຈົນເປື່ອຍ ແລະ ຢາງຈາກເປືອກໄມ້ຕ່າງໆເຊັ່ນ: ຢາງບົນເປັນຕົ້ນ) ເປັນເຄື່ອງຢຶດຕິດ ແລະ ໂບກດ້ວຍປະທາຍເພັດ ທາດເປັນຮູບສີ່ລຽມຈະຕຸລັດຫັກແຈທັງສີ່ດ້ານ. ບໍ່ມີຊື່ເອີ້ນ ຊາວເມືອງໄຊໄດ້ເອີ້ນຊື່ພູດັ່ງກ່າວວ່າ: ພູທາດໃຫຍ່ ແຕ່ສ່ວນຫຼາຍຈະເອີ້ນສັ້ນໆວ່າ ພູທາດ ຕໍ່ໆກັນມາຈົນຮອດປັດຈຸບັນ.
  ຕາມການສັນນິຖານຂອງວິຊາການດິນຈີ່ດັ່ງເດີມທີ່ເກັບວ່າໄວ້ທີ່ຫໍພິພິຕະພັນຂອງແຂວງ ຄາດວ່າທາດລູກນີ້ສ້າງຂຶ້ນໃນສະຕະວັດທີ່ 15 – 16 ສະໄໝພຣະເຈົ້າໄຊຍະເສດຖາທິລາດ ກະສັດລາວອົງທີ່ເຫຼີ້ມໃສໃນພະພຸດທະສາສະໜາ ພະອົງຊົງສັ່ງສ້າງສາວັດວາອາຣາມ, ສ້າງພະພຸດທະຮູບ, ພະທາດເຈດີທົ່ວອານາຈັກແຕ່ເໜືອຮອດໃຕ້ ສິ່ງກໍ່ສ້າງທີ່ຫຼົງເຫຼືອມາໃຫ້ພວກເຮົາໄດ້ເຫັນໃນປັດຈຸບັນ ສ່ວນຫຼາຍຈະແມ່ນສ້າງໃນສະໄໝນີ້.
     ທາດສ້າງຂຶ້ນໃນວັນທີ່ ເດືອນ ປີໃດ? ບໍ່ມີໃຜຮູ້ເພາະບໍ່ມີຈາລຶກ ແລະ ເອກະສານ, ບໍ່ມີຮູບພາບຢັ້ງຢື່ນ. ທ່ານ ບຸນປັນ ວົງປະຈິດ ທາຍາດຄົນຫຼ້າສຸດຂອງເຈົ້າພະຍາຜູ້ປົກຄອງເມືອງໄຊ ສະໄໝສັກດີນາເວົ້າວ່າ: ເອກະສານຂໍ້ມູນ ແລະ ຮູບຖ່າຍຂອງທາດ ພໍ່ແມ່ເວົ້າວ່າມີຢູ່ໃນວັດບ້ານເຈງ ແລະ ຢູ່ໃນຕູ້ເອກະສານຂອງເຈົ້າພະຍາໄຊ ຊຶ່ງພໍ່ແມ່ເກັບຮັກສາໄວ້ ແຕ່ຖືກຍົນຈັກກະພັດອາເມລິກາຍິງທຳລາຍເມືອງໄຊ ເຮັດໃຫ້ໄຟໄໝ້ວັດ, ໄໝ້ບ້ານເຮືອນໝົດທຸກສິ່ງທຸກຢ່າງໄໝ້ໝົດບໍ່ຫຍັງຈຶ່ງບໍ່ມີຫຼັກຖານຫຍັງໃຫ້ເຫັນໃນປັດຈຸບັນ.
     ໃນສະໄໝສົງຄາມຮຸກຮານຂອງຈັກກະພັດຝຣັງພວກເຂົາໄດ້ສ້າງໂປດຄ້າຍຂຶ້ນເທິງພູທາດນ້ອຍທີ່ຕັ້ງຢູ່ຮຽງກັບພູທາດໃຫຍ່ ເປັນຄ້າຍຍຸດທະສາດ ເປັນສູນບັນຊາການສູ້ຮົບເປັນບ່ອນສືບສວນສອບສວນ, ກັກຂັງທຸບຕີທໍລະມານເຂັນຂ້ານັກຮົບ ແລະ ປະຊາຊົນປະຕິວັດ ຊໍ້ບໍ່ພໍເຂົາຍັງໄດ້ຕັ້ງມໍລະກົດຂຸດຂຸມຄອງສ້າງເປັນຄ້າຍນ້ອຍຢູ່ເທິງພູທາດໃຫຍ່ອີກດ້ວຍ ຫຼັງຈາກຈັກກະພັດຝຣັງປະລາໄຊ, ຈັກກະພັດອາເມລິກາເຂົ້າມາແທນທີ່ກໍ່ຍັງສືບຕໍ່ນຳໃຊ້ໂປດຄ້າຍຂອງຝຣັງເປັນບ່ອນບັນຊາສູ້ຮົບຢູ່ເທິງພູທາດໃຫຍ່ກໍ່ເຊັ່ນດຽວກັນເຮັດໃຫ້ທາດຖືກທຳລາຍເປ່ເພຊຸດໂຊມ.
     ພາຍຫຼັງປົດປ່ອຍເມືອງໄຊ ປີ 1962 ພູທາດກໍ່ຍັງສືບຕໍ່ເປັນບ່ອນປະຈຳການສູ້ຮົບຂອງກຳລັງປະຕິວັດ ຕໍ່ມາກອງປືນໃຫຍ່ຂອງທະຫານອາສາສະໝັກປື່ນໃຫຍ່ຂອງເພື່ອນບ້ານຈີນ ໄດ້ຕັ້ງປືນໃຫຍ່ຢູ່ເທິງພູທາດເພື່ອປ້ອງກັນຕົວເມືອງໄຊໃນຊຸມປີ 1970 ຈົນເຖິງປົດປ່ອຍທົ່ວປະເທດ ຫຼັງຈາກປົດປ່ອຍແລ້ວພູທາດຖືກປະຮ້າງເປັນປ່າແກ່ດົງດິບບໍ່ມີໃຜບູລະບັດຮັກສາ. ມີຄົນທີ່ບໍ່ຮູ້ໄດ້ຂຶ້ນໄປມ້າງເພທຳລາຍທັບເອົາດິນຈີ່ທີ່ສະລຸພຸພັງມາໃຊ້ສອຍປະໂຫດສ່ວນຕົວເຮັດໃຫ້ທາດທີ່ເກົ່າແກ່ທີ່ເປ່ເພຢູ່ແລ້ວຍິ່ງຊຸດໂຊມຈົນເກືອບບໍ່ເຫຼືອຮ່ອງຮອຍເຮັດໃຫ້ເຫຼືອພຽງແຕ່ຖານຊັ້ນລຸ່ມ ແລະ ກ້ອນດິນຈີ່ເທົ່ານັ້ນ
       ມາຮອດປີ 1994 ທາງແຂວງໄດ້ອະນຸມັດໃຫ້ບໍລິສັດນ້ຳມັນເຊື້ອໄຟລາວ ສາຂາແຂວງອຸດົມໄຊ ສ້າງເສັ້ນທາງຂື້ນທັງສອງຟາກຂອງພູເພື່ອຈຸດປະສົງຈະສ້າງໂຮງແຮມທີ່ທັນສະໄໝໃສ່ເທິງພູທາດ ແຕ່ໂຄງການບໍ່ທັນໄດ້ປະຕິບັດບໍລິສັດນ້ຳມັນເຊື້ອໄຟລາວເກີດວິກິດການສາກ່ອນ ໂຄງການກໍ່ສ້າງໂຮງແຮງຈຶ່ງບໍ່ສຳເລັດຜົນ.
     ມາຮອດປີ 1995 ໄດ້ສະເໜີຕໍ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທຽວ ຂໍບູລະນະປະຕິສັງຂອນພະທາດຄືນໃໝ່, ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງໄດ້ນຳສະເໜີເຖິງທ່ານເຈົ້າແຂວງ ທ່ານ ໄຊເຊັງລີ ເຕັງເບຣຍຈື ພ້ອມດ້ວຍຄະນະພັກແຂວງ. ທາງແຂວງຈຶ່ງໄດ້ມອບໃຫ້ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ຄົ້ນຄວ້າອອກແບບ, ສ່ວນງົບປະມານແມ່ນມອບໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມ. ໂດຍທີ່ນຳເອົາງົບປະມານຂອງໂຄງການສ້າງອະນຸສາວະລີນັກຮົບນິລະນາມມາສ້າງກ່ອນໃນຈຳນວນ: 58,880,000ກີບ (ເພາະບໍ່ມີສະຖານທີ່ກໍ່ສ້າງອະນຸສາວະລີນັກຮົບນິລະນາມເທື່ອ) ແລະ ໄດ້ປຸກລະດົມຈາກປະຊາຊົນຊາວອຸດົມໄຊ ແລະ ຕ່າງແຂວງ, ໂດຍແມ່ນແບບຂອງທ່ານ ພອນສະຫວັດ ພັນທະວິຈິດ (ເພາະມີຮູບຮ່າງລັກສະນະ ແລະ ມີຄວາມໝາຍຄົບຖ້ວນ), ຜູ້ອອກແບບແມ່ນທ່ານ ໄຊຍະສານ ຄົງສະຫວັດ ເປັນຜູ້ຄິດໄລ່ອອກແບບໃນການກໍ່ສ້າງ ໂດຍບໍລິສັດອອກແບບເຄຫາສະຖານ ແຂວງຫຼວງພະບາງ ສາຂາແຂວງອຸດົມໄຊ, ແລະ ກໍ່ສ້າງໂດຍບໍລິສັດ ຈັນທະວິກໍ່ສ້າງ (ບໍລິສັດສົມປະສົງກໍ່ສ້າງເຄຫາສະຖານ ແລະ ຂົວທາງ ໃນປັດຈຸບັນ), ລວມມູນຄ່າທັງໝົດແມ່ນ 59,164,805ກີບ ໃນນີ້ມີທຶນລັດຈຳນວນ 58,880,000ກີບ ນອກຈາກນັ້ນແມ່ນທຶນຂອງປະຊາຊົນປະກອບສ່ວນເຂົ້າໃນການໃຊ້ຈ່າຍອື່ນໆ ເຊິ່ງມີມູນຄ່າຫຼາຍກວ່າ 10 ລ້ານກີບ. ເຊິ່ງໄດ້ລົງມືກໍ່ສ້າງຕາມປະຕິທິນລາວແມ່ນມື້ເປິກສີ, ປີໄຈ້ ກົງກັບວັນອັງຄານ ຂຶ້ນໃໝ່ 15 ຄ່ຳ ເດືອນກໍລະກົດ ປີ ພ.ສ 2539 ຈ.ສ 1357 ກົງກັບວັນທີ 26 ກໍລະກົດ 1996. ສ້າງສໍາເລັດ ແລະ ຈັດພິທິມອບຮັບລະຫວ່າງຜູ້ຮັບເໝົ່າກໍ່ສ້າງ ແລະ ເຈົ້າຂອງໂຄງການ ປີເປົ້າ, ກົງກັບວັນພະຫັດ ຂຶ້ນ 1 ຄ່ຳ ເດືອນກຸມພາ ປີຊວດ ພ.ສ 2539, ຈ.ສ 1357 ກົງກັບວັນທີີ 9 ເດືອນ ກຸມພາ 1997 ໃຊ້ເວລາໃນການກໍ່ສ້າງ 156 ວັນ. ຈຶ່ງໄດ້ກໍານົດເອົາວັນທີ 21 ເດືອນ ກຸມພາ ກົງກັບ ເດືອນ 3 ເພັງ ເຊິ່ງກົງກັບວັນມາຄະບູຊາພໍດີ ເປັນມື້ສະເຫຼີມສະຫຼອງທາດຂອງທຸກໆປີ.
       ຄວາມໝາຍຄວາມສຳຄັນຂອງທາດ ສ້າງຂຶ້ນເພື່ອເປັນສູນລວມນ້ຳໃຈຂອງປະຊາຊົນບັນດາເຜົ່າ, ເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ເປັນມິ່ງບ້ານ ຂວັນເມືອງຂອງແຂວງອຸດົມໄຊ, ສະແດງເຖິງມູນເຊື້ອສິລະປະວັດທະນະທຳ, ອະລິຍະທຳ ຮ່ອງຮອຍບູຮານສະຖານອັນເກົ່າແກ່ຂອງແຂວງອຸດົມໄຊ ໄວ້ໃຫ້ລູກຫຼານຮຸ່ນໄດ້ສືບຖອດຕໍ່ໄປຕະລອດການ, ທັງແອບແຝງໄວ້ເຊິ່ງປັດຊະຍາຄວາມຮູ້, ທີ່ສ່ອງແສງໃຫ້ເຫັນໃນແງ່ສາສະໜາ ແລະ ການເມືອງຢ່າງກົມກຽວເຊິ່ງນຳມາເຊິ່ງໄດ້ນຳມາສະແດງໄວ້ໃນພຣະທາດແຫ່ງນີ້ເຊັ່ນ:
       ວ່າດ້ວຍຊື່ພຣະທາດ ໃນເມື່ອກ່ອນທາດນີ້ບໍ່ມີຊື່ເອີ້ນຊາວເມືອງໄຊເອີ້ນວ່າ ທາດໃຫຍ່ ຫຼື ພູທາດ, ໂດຍທີໄປຈະເອີ້ນວ່າ ພູທາດ ແລະ ພາຍຫຼັງປະຕິສັງຂອນແລ້ວໄດ້ຮັບຮອງເອົາຊື່ທາດເປັນ: ພຣະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ ມີຄວາມໝາຍດັ່ງນີ້:
     ໃນແງ່ສາສະໜາ ພຣະທາດ: ໝາຍເຖິງຕົວແທນຂອງອົງສຳມາສຳພຸດທະເຈົ້າຄື: ພາຍຫຼັງທີ່ພຣະພຸດທະເຈົ້າດັບຂັນປະຣິນິພາບ (ມໍລະນະພາບ) ແລ້ວໄດ້ແບ່ງກະດູກ (ອັດຖິ) ໃຫ້ແກ່ຫົວເມືອງຕ່າງໆໃນທົ່ວຊຸມພູທະວີບ ໄປໄວ້ສັກກະລັກບູຊາ ແຕ່ລະເຂດແຄວ້ນໄດ້ສ້າງເປັນທາດເຈດີ ຫຼື ສາຖູບ ເພື່ອບັນຈຸກະດູກເພິ່ນໄວ້ສັກກະລະບູຊາ ເອີ້ນວ່າທາດ ຍ້ອນວ່າບັນຈຸທາດກະດູກຂອງພຣະພຸດທະເຈົ້າເຊັ່ນ: ພຣະທາດຫຼວງວຽງຈັນເປັນຕົ້ນ
     ໃນທາງການດ້ານການເມືອງ: ທາດເຖິງຮູບການຈັດຕັ້ງ ຫຼື ການປົກຄອງຊຶງອອກແບບເປັນປີຣະມິດ ຫຼື ຮູບທາດກົກໃຫຍ່ປາຍນ້ອຍ ນີ້ຄືຄວາມໝາຍຄຳວ່າທາດ.
       ຄຳວ່າໄຊມຸງຄຸນ ໝາຍເຖິງທາດທີ່ເປັນສີລິມຸງຄຸນ ເປັນສິ່ງທີ່ດີງາມ ປະເສີດເລີດລ້ຳ ເປັນໄຊຊະນະຂອງ ແຂວງອຸດົມໄຊ
       ຄຳວ່າ ຣັດຕະນະ ແປວ່າແກ້ວ, ແກ້ວແຮ່ທາດທີ່ປະເສີດມີຄຸນຄ່າລາຄາສູງ ເປັນສິ່ງທີ່ຄວນສັກກະລະບູຊາເຄື່ອງຄ້ຳຄູນຂອງມະນຸດ.
     ຄຳວ່າມິ່ງເມືອງ ໝາຍເຖິງ ທາດຄືແກ້ວປະເສີດມິ່ງບ້ານຂວັນເມືອງຂອງປະຊາຊົນບັນດາເຜົ່າຂອງແຂວງອຸດົມໄຊ ແລະ ຊາວລາວທົ່ວປະເທດ.
     ລວມຄວາມໝາຍຂອງຊື່ງພຣະທາດ ໄຊມຸງຄຸນຣັດຕະນະມິ່ງເມືອງ ໝາຍເຖິງທາດແຫ່ງໄຊຊະນະ ເປັນສີຣິມຸງຄຸນ ເປັນແກ້ວມິ່ງເມືອງຂອງແຂວງອຸດົມໄຊ.
    ຮູບພາບ: ການບູລະນະພະທາດ ໄຊມຸງຄຸນ ຣັດຕະນະມິ່ງ  ເມືອງຄືນໃໝ່ ປີ ຄ.ສ 1996-1997



1.3. ຊັບພະຍາກອນການທ່ອງທ່ຽວ ພະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ (ພູທາດ)
    ພະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ (ພູທາດ) ມີລວງສູງ: ແຕ່ໜ້າດິນຂຶ້ນຮອດຍອດເສດຕະສັັດສູງແມ່ນ 18 ແມັດ, ລວງກວ້າງຂອງພຣະທາດແມ່ນ 18 X 18 ແມັດ. ເປັນສະຖານທີ່ສັກສິດທີ່ໃຫ້ຄວາມຄົບລົບນັບຖື ແລະ ເປັນທີ່ສັກກະລະບູຊາ, ກາບໃຫວ້ ແລະ ເປັນສະຖານທີ່ສຳຄັນທາງສາສະໜາຄື ການຈັດງານເທສະການໃຫຍ່ໆແມ່ນຈັດຂຶ້ນທີ່ວັດພູທາດແຫ່ງນີ້ເພາະເປັນຈຸດໃຈກາງ ແລະ ເປັນມິ່ງຂວັນຂອງຊາວແຂວງ ອຸດົມໄຊ. ອີກຢ່າງໜຶ່ງແມ່ນເປັນສະຖານທີ່ສູງ ແລະ ຕັ້ງຢູ່ໃຈກາງເມືອງໄຊ ເຊິ່ງສາມາດແນມເຫັນໄດ້ເຖິງຄວາມງົດງາມທຸກມຸມຂອງເມືອງໄຊ, ເປັນບ່ອນພັກຜ່ອນຍ່ອນຄາຍຂອງປະຊາຊົນອີກ ດັ່ງຄຳເວົ້າທີ່ວ່າ: ໃຜທີ່ໄດ້ມາເມືອງໄຊ ຖ້າບໍ່ໄດ້ຂຶ້ນເທິງພູທາດ ຫຼື ໄຊມຸງຄຸນ ຣັດຕະນະມິ່ງເມືອງ ເພື່ອສັກກະລະບູຊາ, ກາບໄຫວ້, ເພື່ອເບິ່ງທິວທັດທຳມະຊາດຂອງເມືອງໄຊ ແມ່ນຍັງບໍ່ທັນໄດ້ຮອດອຸດົມໄຊເທື່ອ. 
ຮູບພາບ: ໄຊຍະມຸງຄຸນ ຣັດຕະນະມິ່ງເມືອງ, ພຣະ ແລະ ພະທາດ ເທິງວັດພູທາດໃນປັດຈຸບັນ.
   





1.4         ການເຂົ້າເຖິງແຫຼ່ງທ່ອງທ່ຍວ ພະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ (ພູທາດ)
  ໄຊມຸງຄຸນ ຣັດຕະນະມິ່ງ ແມ່ນມີຄວາມສະດວກສະບາຍໃນການເຂົ້າເຖິງເພາະຕັ້ງຢູ່ຈຸດໃຈກາງເມືອງໄຊ ເຊິ່ງຫ່າງຈາກຄິວລົດສາຍເໜືອ ປະມານ 500 ແມັດ, ຫ່າງຈາກຄິວລົດສາຍໃຕ້ ປະມານ 6 ກິໂລແມັດ. ໃນການຂຶ້ນໄປ ໄຊມຸງຄຸນ ຣັດຕະນະມິ່ງເມືອງ (ພູທາດ) ແມ່ນມີໃຫ້ເລືອກ 2 ທາງຄື: ມີຂັ້ນໃດໃຫ້ຍາງຂຶ້ນໄປ ປະມານ​ 150 ຂັ້ນ ແລະ ມີທາງລົດຂຶ້ນໄປຮອດເທິງພູທາດຢ່າງສະບາຍ (ເສັ້ນທາງປູຢາງ).
1.5         ການໃຫ້ບໍລິການ​ພາຍໃນແຫຼ່ງທ່ອງທ່ຽວ ພະທາດ ໄຊມຸງຄຸນ ລັດຕະນະມິ່ງເມືອງ (ພູທາດ)
ເທິງພູທາດແມ່ນບໍ່ມີການໃຫ້ບໍລິການຫຍັງ ເພາະເປັນວັດ ເປັນພຽງບ່ອນຊົມວິວ ຊົມທິວທັດທຳມະຊາດຂອງເມືອງໄຊ, ເປັນສະຖານທີ່ທາງສາສະໜາ ຖ້າຢາກໄດ້ສິ່ງຂອງຕ່າງໆແມ່ນຕ້ອງໄດ້ກຽມຊື້ຢູ່ທີ່ຮ້ານຄ້າຕ່າງໆຢູ່ລຸ່ມພູທາດ ສິ່ງທີ່ບໍ່ຄວນລືມຊື້ເຊັ່ນ: ນ້ຳດື່ມ, ດອກໄມ້ເພື່ອກາບໃຫວ້ສັກກະລະບູຊາ, ເຄື່ອງຈຳເປັນຕ່າງໆ.

Comments

Post a Comment

Popular posts from this blog

ທ່ອງທ່ຽວ ຕາດຜາສ້ວມ ແຂວງຈຳປາສັກ

ນ້ຳຕົກຕາດ ຕາດຟານ ແຂວງຈຳປາສັກ

ທ່ອງທ່ຽວ ອຸດົມໄຊບາດນີ້ (ນ້ຳກັດ)