ນ້ຳຕົກຕາດ ຕາດຟານ ແຂວງຈຳປາສັກ
.
ຕາດຟານ (Tad Fane)
ນໍ້າຕົກຕາດຟານ
v
ສະພາບລວມ ແລະ
ລັກສະນະທີ່ຕັ້ງຂອງພື້ນທີ່ລົງສຶກສາ
ນ້ຳຕົກຕາດຟານໄດ້ຂື້ນຊື່ວ່າເປັນນ້ຳຕົກຕາດທີ່ສູງທີ່ສຸດແຂວງຈຳປາສັກ
ແລະ
ມີຄວາມສວຍງາມທີ່ສຸດແຫ່ງໜຶ່ງຂອງປະເທດລາວນ້ຳຕົກຕາດນີ້ຕັ້ງຢູ່ເຂດປ່າສະຫວງນດົງຫົວສາວຕັ້ງຢູ່ພື້ນທີ່ຫາດສູງບໍລິເວນເມືອງປາກຊ່ອງແຂວງຈຳສັກໃກ້ກັບເມືອງປາກເຊໃຊ້ທາງຫຼວງເລກທີ່
23 ເສັ້ນທາງໄປປາກຊ່ອງມາເຖີງກີໂລແມັດທີ່ 38 ມີທາງແຍກຂວາມື.
ນ້ຳຕົກຕາດຟານເປັນນ້ຳຕົກຕາດສູງໃຫຍ່ມີລັກສະນະເປັນສາຍນ້ຳສອງສາຍໄຫຼລົງມາຈາກພູຜາສູງຊັນ
ໂດຍສາຍນ້ຳດັ່ງກ່າວໄຫຼມາຈາກແມ່ນ້ຳສອງສາຍຄື : champi River ແລະ pak koot River ເປັນນໍ້າຈໍານວນຫຼາຍໄຫຼຜ່ານພູຜາແລ້ວໄຫຼລົງໜ້າຜາສູງຊັນ 90°
ສູ່ແອ່ງນໍ້າກາງພູຜາເບື້ອງລຸ່ມດ້ວຍຄວາມສູງປະມານ 200
ແມັດມີອາກາດໜາວເຢັນຕະຫຼອດປີ.ໃນຍາມຕອນເຊົ້າຍັງເປັນຈຸດຊົມທະເລກໝອກທີ່ສວຍງາມອີກດ້ວຍ
ແຕ່ສຳລັບນັກທ່ອງທ່ຽວທີ່ຕ້ອງການສຳຜັດກັບຄວາມຍິ່ງໃຫຍ່ຂອງນ້ຳຕົກຕາດແຫ່ງນີ້ສາມາດຍ່າງລົງໄປຊົມນ້ຳຕົກຕາດບໍລິເວນດ້້ານລຸ່ມໄດ້ໄລຍະທາງປະມານ
5 ກີໂລແມັດ ຈາກຈຸດຊົມວິວດ້ານເທີງເຊິ່ງໃຊ້ເວລາເດີນທາງຄ້ອນຂ້າງດົນ ແລະ
ຕ້ອງໄດ້ກຽມອາຫານຸປະກອນກາງເຕັ້ນໄປເອງເພື່ຶອພັກແຮມບໍລິເວນດ້ານລຸ່ມ 1 ຄືນ ແລະ
ເດີນກັບຄືນມາໃນມື້ຕໍ່ໄປ
ສ່ວນນັກທ່ອງທ່ຽວທີ່ຕ້ອງການຄວາມສະດວກສະບາຍແມ່ນສາມາດເລືອກໃຊ້ບໍລີການທີ່ພັກບໍລິເວນຈຸດຊົມວິວໄດ້ເຊັ່ນກັນ
ມີຊື່ວ່າ : ຕາດຟານຣີສອດ ລາາ 280.000 ຕໍ່ຫຼັງຕໍ່ຄືນ
ເຊິ່ງເປັນຣີສອດທີ່ສວຍງາມທ່າມກາງທຳມະຊາດຂອງປ່າເຂົາຈື່ງໄດ້ຮັບຄວາມນີຍົມຈາກຕ່າງຊາດ.
v ຄວາມເປັນມາຂອງແຫຼ່ງທ່ອງທ່ຽວ.
ນ້ຳຕົກຕາດນີມີຄວາມເປັນມາຄື: ມີນາຍພານຜູ້ໜຶ່ງມັກອອກມາລ່າສັດໃນເຂດບໍລິເວນນີ້ເປັນປະຈຳມີມື້ໜຶ່ງລາວໄດ້ພົບເຫັນຟານ ແລະ ລາວໄດ້ໃຊ້ປືນຍິງຟານດັ່ງກ່າວຈຶ່ງແລ່ນ ແລະ ໂດດເຕັ້ນໂດຍຄວາມເຈັບປວດບັງເອີນໄປຕົກລົງສູ່ສາຍນ້ຳທີ່ເປັນນ້ຳຕົກແຕ່ດ້ວຍຄວາມແຮງຂອງກະແສນ້ຳດັ່ງກ່າວຈື່ງເຮັດໃຫ້ຟານໂຕນັ້ນຕົກລົງໄປສາຍນ້ຳລົງສູ່ກົ້ນເຫວເລິກ ສະນັ້ນຊາວບ້ານໃນບໍລິເວນນີ້ຈື່ງພາກັນເອີ້ນ ບໍລິເວນນີ້ວ່າ: ນ້ຳຕົກຕາດຟານ
v
ຄວາມປ່ຽນແປງຈາກອະດີດໃນສະຖານທີ່.
ໃນອະດີດນ້ຳຕົກຕາດຟານແຫ່ງນີ້ຍັງບໍ່ໄດ້ເປັນສະຖານທີ່ທ່ອງທ່ຽວທີ່ນັກທ່ອງທ່ຽວບໍ່ນິຍົມ
ແລະ ຍັງທັນຮູ້ຈັກຫຼາຍຄືກັບປັດຈຸບັນ.
ເນື່ອງຈາກວ່າແຕ່ກ່ອນສະຖານທີ່ທ່ອງທ່ຽວແຫ່ງນີ້ຍັງບໍ່ໄດ້ມີການພັດທະນາພໍສົມ ຄວນເຊິ່ງສະຖານທີ່ຈອດລົດບໍ່ພຽງພໍ,ມີພຽງຮ້ານອາຫານເລັກນ້ອຍ,ມີແຕ່ຈຸດຊົມວິວໃຫ້ນັກທ່ອງທ່ຽວເບິ່ງທິວທັດພຽງເທົ່ານັ້ນ.
ແຕ່ມາຮອດປັດຈຸບັນນີ້ນໍ້າຕົກຕາດຟານໄດ້ມີການພັດທະນາຂື້ນເຊິ່ງໄດ້ມີຮ້ານອາຫານ,
ຮ້ານຂາຍເຄື່ອງທີລະນຶກຢ່າງຫຼວງຫຼາຍ ແລະ
ກິດຈະກຳຂີ່ສະລິງເຊິ່ງກິດຈະກຳນີ້ໄດ້ເປັນທີ່ນິຍົມ ແລະ
ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເປັນຈຳນວນຫຼວງຫຼາຍ ແລະ
ມີສະຖານທີ່ຈອດລົດກ້ວາງຂວາງຂື້ນກ່ວາແຕ່ກ່ອນ.
v
ລັກສະນະເດັ່ນຂອງແຫຼ່ງທ່ອງທ່ຽວ.
ນໍ້າຕົກຕາດຟານເປັນນໍ້າຕົກຕາດທີ່ມີຄວາມສວຍງາມທາງດ້ານທໍາມະຊາດເຊິ່ງເປັນນ້ຳຕົກຕາດທີ່ໄຫຼມາລວມກັນທີ່ມີລັກສະນະໄຫຼລົງຈາກໜ້າຜາສູງ
ແລະ ມີສະພາບປ່າໄມ້ທີ່ມີຄວາມອຸດົມສົມບູນມີເສັ້ນທາງເດີນເປັນບ່ອນນັ່ງ, ຢືນ
ໃຫ້ຊົມວິວທິວທັດທຳມະຊາດ ຫຼື ມີຈຸດຊົມວິວທີ່ຕັ້ງຢູ່ຄົນລະຟາກພູກັບນ້ຳຕົກໃນລະດັບຄວາມສູງເທົ່າໆກັນຈາກບ່ອນນ້ຳຕົກ.ເຫັນວ່ານັກທ່ອງທ່ຽວທີ່ທ່ຽວຊົມແມ່ນຈະມາເປັນຄະນະເປັນການທ່ອງທ່ຽວເພື່ອພັກຜ່ອນຢ່ອນໃຈດ້ວຍການທ່ຽວຊົມທຳມະຊາດໂດຍສະເພາະແມ່ນປ່າໄມ້ທີ່ຂຽວງາມເຫວເລິກພ້ອມກັບນ້ຳຕົກຕາດທີ່ສູງທີ່ສຸດໃນລາວ
ແລະ ຈຸດເດັ່ນຂອງແຫຼ່ງທ່ອງທ່ຽວເມື່ອບໍ່ດົນມານີ້ກໍ່ໄດ້ມີການບໍລິການຂີ່ສະລິງພ້ອມກັບນັ່ງດື່ມກາເຟຢູ່ກາງນ້ຳຕົກຕາດເຊິ່ງມີຄວາມສູງ
1000 ກ່ວາແມັດ ແລະ ຂີ່ສະລິງຂ້າມນ້ຳຕົກຕາດຟານໃນໄລຍະທາງປະມານ 450
ແມັດເຊິ່ງສູງຈາກພື້ນດິນປະມານ 500 ແມັດ ແລະ ການຫຼີ້ນສະລິງນີ້ມີທັງໝົດປະມານ 4 ຫາ 5
ຖ້ານ ຂ້າມໄປມາລະຫວ່າງບໍລິເວນນ້ຳຕົກຕາດ ແລະ
ຊ່ວງເວທີ່ເໝາະສົມແກ່ການມາທ່ຽວນ້ຳຕົກຕາດນີ້ຈະຢູ່ໃນຊ່ວງລະດູຝົນ ຫຼື ລະຫວ່າງໃນເດືອນ
ມັງກອນ ຫາ ເດືອນ ຕຸລາ ເພາະວ່າຈະມີປະມານນ້ຳລາຍທີ່ເບິ່ງແລ້ວມີຄວາມສວຍງາມ
ແຕ່ຖ້າຢາກເຫັນການ້ເກັບກາເຟທີ່ມີລົດຊາດດີທີ່ສຸດໃນປະເທດລາວຕ້ອງໄປທ່ຽວໃນຊ່ວງເດືອນ
ຕຸລາ ຫາ ກຸມພາ ແລະ ບໍ່ຄວນພາດທີ່ຈະລອງຊິມລົດຊາດກາເຟທີ່ແຊບທີ່ສຸດພ້ອມທັງແວ່ພັກຣີສອດຂອງຊາວທີ່ຢູ່ທ່າມກາງທຳມະຊາດຢ່າງແທ້ຈິງ.
v
ຄວາມໝາຍຄວາມສຳຄັນ
ຕາດຟານນີ້ມີຄວາມສຳຄັນຕໍ່ຊາວບ້ານທີ່ຢູ່ບໍລິເວນນັ້ນເພາະວ່າມັນໄດ້ສ້າງອາຊີບ
ແລະ
ສ້າງລາຍໄດ້ໃຫ້ແກ່ຄົນທ້ອງຖີ່ນນັ້ນນອກຈາກນີ້ຍັງມີຄວາມສຳຄັນຕໍ່ປະເທດຊາດເພາະຕາດນີ້ສາມາດດຶງດູດນັກທ່ອງທ່ຽວບໍ່ວ່າພາຍໃນ
ແລະ ຕ່າງປະເທດເດີນທາງເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍເຊິ່ງມັນສາມາດສ້າງລາຍໄດ້ໃຫ້ແກ່ປະເທດຊາດຫຼາຍພໍສົມຄວນ.
v
ຄວາມຜູກພັນອາໄສກັນລະຫວ່າງຊາວບ້ານ,
ນັກທ່ອງທ່ຽວ ກັບ ນັກທ່ອງທ່ຽວ.
ປະຊາຊົນໃນທ້ອງຖີ່ນນີ້ມີຄວາມສາມັກຄີຊ່ວຍກັນປົກປັກຮັກສາແຫຼ່ງທ່ອງທ່ຽວນີ້ໃຫ້ມີຄວາມສວຍງາມແບບດັ້ງເດີມ
, ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີຄວາມເອື້ອເຟື້ອເພື່ອແຜ່ ມີມິດໄມຕີຕໍ່ກັນເມື່ອນັກທ່ອງທ່ຽວເຂົ້າມາສະຖານທີ່ແຫ່ງນີ້ຊາວບ້ານກໍ່ພ້ອມທີ່ຈະໃຫ້ຂໍ້ມູນກຽວກັບແຫຼ່ງທ່ອງທ່ຽວ.ສ່ວນນັກທ່ອງ
ກັບ ນັກທ່ອງທ່ຽວກໍ່ໄດ້ມີການແລກປ່ຽນຂໍ້ມູນຕໍ່ກັນວ່າສິ່ງໃດຄວນ ແລະ
ບໍ່ຄວນຊ່ວຍກັນຕັກເຕື່ອນກັນພ້ອມກັນຮັກສາສິ່ງແວດລ້ອມ
ນອກນີ້ຍັງສ້າງຄວາມເປັນມິດໄມຕີຕໍ່ກັນອີກດ້ວຍ.
v
ຮັກສາສິ່ງແວດລ້ອມ
ແລະ ທຳມະຊາດ
ສະຖານທີ່ທ່ອງທ່ຽວແຫ່ງນີ້ແມ່ນໄດ້ຮັກສາສິ່ງແວດລ້ອມ
ແລະ ທຳມະຊາດໄດ້ເປັນຢ່າງດີເຊິ່ງໄດ້ມີການອະນຸລັກຕົ້ນໄມ້ ແລະ ສິ່ງແວດລ້ວມເຊັ່ນ: ສິ່ງທີ່ພວກນ້ອງເຫັນໄດ້ຄືແຕ່ລະຕົ້ນໄມ້ພວກເຂົາໄດ້ບອກຊື່ແນວພັນໄມ້ຕ່າງໆໃຫ້ນັກທ່ອງທ່ຽວໄດ້ຮັບຮູ້
ແລະ ໄດ້ມີການຮັກສາສິ່ງແວດລ້ອມຊ່ວຍກັນ ແລະ
ການຊົມໃຊ້ເຄື່ອງອຸປະໂພກຕ່າງໆກໍຊົມເຄື່ອງທີ່ບໍ່ປັນພິດຕໍ່ສິ່ງແວດລ້ອມ.
v
ສິ່ງອຳນວຍຄວາມສະດວກຂອງສະຖານທີ່.
ມີເສັ້ນທາງການເຂົ້າເຖີງທີ່ສະດວກສະບາຍແຕ່ທາງເຂົ້າໄປຫາຕາດປະມານ 300 ແມັດ
ເປັນເສັ້ນທາງດິແດງ ສາມາດເອົາລົດສ່ວນຕົວ ແລະ
ລົດຈັກໄປກໍໄດ້ເພາະມີປ້າຍບອກທາງຢ່າງຊັດເຈນ.ຍັງມີຮ້ານອາຫານຫ້ອງນ້ຳໄວ້ຄອຍບໍລິການລູກຄ້າ
ແລະ ຮ້ານຂາຍເຄື່ອງທີລະນຶກຫຼາຍໆຮ້ານ, ມີສະຖານທີ່ຈອດລົດທີ່ກ້ວາງຂວາງພໍສົມຄວນ.
v
ການແນະນຳກິດຈະກຳນັ້ນເພື່ອບໍ່ໃຫ້ເກີດຄວາມຜິດພາດຈາກທີ່ບໍຮູ້ເທົ່າເຖີງການ.
ເພື່ອຄວາມປອດໄພຂອງນັກທ່ອງທ່ຽວການຫຼີ້ນກິດຈະກຳຕ່າງໆຄວນມີຄວາມລະມັດລະຫວັງບໍ່ວາຈະເປັນໃນດ້ານໃດກໍຕາມ
ໂດຍສະເພາະກໍ່ຄືການຂີ່ສະລິງນັກທ່ອງທ່ຽວຜູ້ທີ່ມີໂລກສ່ວນຕົວນັ້ນກໍ່ຄືເປັນໂລກຫົວໃຈນັ້ນບໍ່ຄວນຫຼີ້ນກິຈະກຳນີ້
ແລະ
ນັກທ່ອງທ່ຽວໃດທີ່ບໍ່ມີຄວາມໃຈກ້າພໍຖ້າຫາກວ່າຢາກຫຼີ້ນແທ້ໆແມ່ນຄວນລອງຫຼີ້ນກ່ອນເພາະໃນແຫຼ່ງທ່ອງທ່ຽວນັ້ນມີບ່ອນໃຫ້ລອງຫຼີ້ນເພື່ອບໍ່ໃຫ້ເກີດຄວາມຜິດພາດຕາມມາ
v
ຄວາມເຊື່ອຂອງເທດສະການ
ແລະ ງານປະເພນີ.
ເມື່ອຮອດເດືອນ 3
ຂອງແຕ່ລະປີຊາວບ້ານແຖວນີ້ ຈະຈັດງານບຸນເພື່ອບວງສວງສິ່ງສັກສິດ
ໃນບໍລິເວນຕາດຟານຕາມຄວາມເຊື່ອດັ້ງເດີມ.ຕາດຟານເປັນຕາດສູງຊັນປະມານ 120 ແມັດ,ມີນ້ຳ 2
ສາຍ( ຫ້ວຍບັ້ງລຽງ ແລະ ຫ້ວຍຈິບ)ຕົກໃສ່ກັນ.
Comments
Post a Comment