2. ຕາດຜາສ້ວມ (Tad Pha Souam) v ພາບລວມ ແລະ ລັກສະນະຂອງທີຕັ້ງຂອງຕາດຜ້າສວມ. ນໍ້າຕົກຕາດຜ້າສ້ວມຕັ້ງຢູ່ບ້ານໂດນ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເຊິ່ງມີໄລຍະທາງຫ່າງຈາກຕົວເມືອງຈາກຕົວເມືອງປາກເຊໄປທາງທິດເໜືອຕາເວັນອອກສຽງເໜືອ 38 ກິໂລແມັດ. ເດີນທາງໄປທາງປາກຊ່ອງ ແລ້ວກໍຮອດຫຼັກ 21 ໃຫ້ລ້ຽວຊ້າຍໄປຕາມເສັ້ນທາງເມືອງບາຈຽງ ໄປປະມານ 15 ກິໂລແມັດ. ແລ້ວກໍຈະເຫັນປ້າຍໃຫ່ຍຢູ່ທາງເບືອງຊາຍມືຂຽນວ່ານໍ້າຕົກຕາດຜ້າສ້ວມ ຫຼັງຈາກນັ້ນກໍໃຫ້ຂີເຂົ້າໄປປະມານ 2 ກິໂລແມັດກໍຈະຮອດນໍ້າຕົກຕາດຜ້າສ້ວມ ນໍ້າຕົກຕາດຜ້າສ້ວມ ມີຄວາມສູງປະມານ 6 ແມັດ ແລະ ມີຄວາມກ້ວາງ 7 ແມັດ. v ຈຸດເດັ່ນຂອງໄລຍະທາງທີເດີນທາງໄປລົງສຶກສາ ແຕ່ລະສອງຝາກທາງ. ຈຸດເດັ່ນຂອງຕາດຜ້າສ້ວມກໍຄືມີສາຍນໍ້າທີໄຫ້ຜ່ານຕະຫຼອດປີ ແລະ ນໍ້າໄຫແຕ່ໃຕ້ໄປຫາເໜືອເຊິ່ງໄຫຼມາຈາກພູເທວະດາເມືອງປາກຊ່ອງ ນໍ້າຕົກຜ້າສ້ວມມີຮູບຮ່າງຄ້າຍຫ້ອງຫໍຂອງຄູ່ບ່າວສາວທີສວຍງາມຫຼາຍ, ມີຂົວອູ່ຂ້າມທີສວຍງາມ, ຮ້ານຂາຍເຄືອງຊຸດຊົນເຜົ່າ ນອກຈາກນີ້ແລ້ວກໍຍັງມີອຸທິຍານ ແລະ ໜູ່ບ້ານຫຼາຍຊົນເຜົ່າມາຈັດສະແດງໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ເຊິງເປັນຊົນເຜົ່າທີອາໄສຢູ່ໃນພື້ນທີອ້ອມຮອບນໍ້າຕ...