Posts

Showing posts from July, 2018

ເຊິນທ່ອງທ່ຽວອຸດົມໄຊ ມ່ວນຊື່ນສົມຄຳວ່າອຸດົມສົມບູນ ຖ້າໃຜໄດ້ໄປຮອດເມືອງ ໄຊ ບໍ່ຄວນພາດ

Image
  ແຫຼ່ງທ່ອງທ່ຽວ  ໄຊມຸງຄຸນ ຣັດຕະນະມິ່ງເມືອງ ( ພູທາດ )    I.     ແຫຼ່ງທ່ອງທ່ຽວທາງປະຫວັດສາດ 1.     ແຫຼ່ງທ່ອງທ່ຽວ (ໄຊມຸງຄຸນ ຣັດຕະນະມິ່ງເມືອງ) 1.1           ທີ່ຕັ້ງຂອງແຫຼ່ງທ່ອງທ່ຽວ ພະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ (ພູທາດ)      ພຣະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ ຕັ້ງຢູ່ໃຈກາງເທດສະບານແຂວງຫ່າງຈາກຄິວລົດສາຍເໜືອປະມານ 500 ແມັດ, ຫ່າງຈາກຄິວລົດສາຍໃຕ້ປະມານ 6 ກິໂລແມັດ, ຕັ້ງຢູ່ບ້ານ ນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ. 1.2           ປະຫວັດຄວາມເປັນມາຂອງແຫຼ່ງທ່ອງທ່ຽວ ພະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ (ພູທາດ)     ໄຊມຸຸງຄຸນລັດຕະນະມິ່ງເມືອງ (ພູດທາດ) ຕັ້ງຢູ່ໃຈກາງເທດສະບານເມືອງໄຊ ມີພູນ້ອຍ 3 ລູກຕັ້ງລຽນກັນມີຄວາມສູງປະມານ 300 ຫາ 500 ແມັດຈາກໜ້ານໍ້າທະເລ ໜ່ວຍທີ່​ 1 ຄືວັດພູໄຊສີ (ວັດສັນຕິພາບ ບ້ານເຈງ) ຕໍ່ໜ້າພູຄ້າຍ CB ຫຼື ພູໄຊໃນປັດຈຸບັນເອີ້ນວ່າ ພູທາດນ້ອຍ, ໜ່ວຍທີ່ 2 ພູມາດໃຫຍ່ ຫຼື ພູທາດໃນປັດຈຸບັນ ແລະ ໜ່ວຍທີ່ 3 ພູວັດງ້ຽວ ເຊິ່ງແມ່ນພູທີ່ຕັ້ງຂອງຫ້ອງການ...