Posts

Showing posts from June, 2018

ນ້ຳຕົກຕາດ ຕາດຟານ ແຂວງຈຳປາສັກ

Image
.   ຕາດຟານ ( Tad Fane ) ນໍ້າຕົກຕາດຟານ v     ສະພາບລວມ ແລະ ລັກສະນະທີ່ຕັ້ງຂອງພື້ນທີ່ລົງສຶກສາ ນ້ຳຕົກຕາດຟານໄດ້ຂື້ນຊື່ວ່າເປັນນ້ຳຕົກຕາດທີ່ສູງທີ່ສຸດແຂວງຈຳປາສັກ ແລະ ມີຄວາມສວຍງາມທີ່ສຸດແຫ່ງໜຶ່ງຂອງປະເທດລາວນ້ຳຕົກຕາດນີ້ຕັ້ງຢູ່ເຂດປ່າສະຫວງນດົງຫົວສາວຕັ້ງຢູ່ພື້ນທີ່ຫາດສູງບໍລິເວນເມືອງປາກຊ່ອງແຂວງຈຳສັກໃກ້ກັບເມືອງປາກເຊໃຊ້ທາງຫຼວງເລກທີ່ 23 ເສັ້ນທາງໄປປາກຊ່ອງມາເຖີງກີໂລແມັດທີ່ 38 ມີທາງແຍກຂວາມື. ນ້ຳຕົກຕາດຟານເປັນນ້ຳຕົກຕາດສູງໃຫຍ່ມີລັກສະນະເປັນສາຍນ້ຳສອງສາຍໄຫຼລົງມາຈາກພູຜາສູງຊັນ ໂດຍສາຍນ້ຳດັ່ງກ່າວໄຫຼມາຈາກແມ່ນ້ຳສອງສາຍຄື : champi River  ແລະ pak koot River ເປັນນໍ້າຈໍານວນຫຼາຍໄຫຼຜ່ານພູຜາແລ້ວໄຫຼລົງໜ້າຜາສູງຊັນ 90° ສູ່ແອ່ງນໍ້າກາງພູຜາເບື້ອງລຸ່ມດ້ວຍຄວາມສູງປະມານ 200 ແມັດມີອາກາດໜາວເຢັນຕະຫຼອດປີ.ໃນຍາມຕອນເຊົ້າຍັງເປັນຈຸດຊົມທະເລກໝອກທີ່ສວຍງາມອີກດ້ວຍ ແຕ່ສຳລັບນັກທ່ອງທ່ຽວທີ່ຕ້ອງການສຳຜັດກັບຄວາມຍິ່ງໃຫຍ່ຂອງນ້ຳຕົກຕາດແຫ່ງນີ້ສາມາດຍ່າງລົງໄປຊົມນ້ຳຕົກຕາດບໍລິເວນດ້້ານລຸ່ມໄດ້ໄລຍະທາງປະມານ 5 ກີໂລແມັດ ຈາກຈຸດຊົມວິວດ້ານເທີງເຊິ່ງໃຊ້ເວລາເດີນທາງຄ້ອນຂ້າງດົນ ແລະ ຕ້ອງໄດ້ກຽມອາຫານຸປະກອນກາງເຕັ້ນໄປເອງເພື່ຶອພັກແຮມບໍລິເວນດ້ານລຸ່ມ 1 ຄ...